
ລາວອາໂກຣເທັກ ຈົດທະບຽນໃນຕະຫຼາດຫຼັກຊັບລາວ
ພິທີເປີດການຊື້-ຂາຍຮຸ້ນຄັ້ງທຳອິດໃນຕະຫຼາດຫຼັກຊັບລາວ ຂອງບໍລິສັດ ລາວອາໂກຣເທັກ ມະຫາຊົນ ຈັດຂຶ້ນວັນທີ 25 ກັນຍາ 2018 ຢູ່ຕະຫຼາດຫຼັກຊັບລາວ ໂດຍມີທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ວັນຄຳ ວໍລະວົງ ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ທ່ານ ອຸດົມ ແກ້ວທະວົງ ອຳນວຍການບໍລິສັດ ລາວອາໂກຣເທັກ ມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ລາວອາໂກຣເທັກ ມະຫາຊົນ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວເປັນທາງການ ໃນວັນທີ 25 ກັນຍາ 2018 ຖືວ່າເປັນຮຸ້ນໂຕທີ 9 ແລະ ເປັນຮຸ້ນຕົວທຳອິດໃນຂະແໜງການປາມນ້ຳມັນຂອງຕະຫຼາດຫຼັກຊັບລາວ ເຊິ່ງການຈົດທະບຽນດັ່ງກ່າວ ເປັນອີກບາດກ້າວໜຶ່ງແຫ່ງຄວາມສຳເລັດຂອງບໍລິສັດ ທີ່ຈະເຮັດໃຫ້ບໍລິສັດເປັນທີ່ຮູ້ຈັກຢ່າງກວ້າງຂວາງ ພ້ອມນັ້ນ ກໍ່ໄດ້ເປີດຂາຍຮຸ້ນໃນຕະຫຼາດຫຼັກຊັບລາວ ມູນຄ່າ 1.400 ກີບຕໍ່ຮຸ້ນ.
ບໍລິສັດ ລາວອາໂກຣເທັກ ສ້າງຕັ້ງປີ 2008 ດ້ວຍທຶນຈົດທະບຽນ 100.000 ໂດລາສະຫະລັດ ຫຼື ປະມານ 870 ລ້ານກີບ ທຸລະກິດໄດ້ຂະຫຍາຍຕົວຕໍ່ເນື່ອງ ໄດ້ເພີ່ມທຶນມາເປັນ 5 ຕື້ກີບ ໃນປີ 2012 ແລະ ມາເປັນ 40 ຕື້ກີບ ໃນປີ 2016 ການດຳເນີນທຸລະກິດໄລຍະຜ່ານມາແມ່ນພົບອຸປະສັກຫຼາຍຢ່າງ ເນື່ອງຈາກທຸລະກິດປາມນ້ຳມັນເປັນທຸລະກິດໃໝ່ ສັງຄົມຍັງບໍ່ເຂົ້າໃຈ ແຕ່ຍ້ອນຄວາມຕັ້ງໃຈສູງຂອງຜູ້ບໍລິຫານ ຈຶ່ງສາມາດຍາດໄດ້ຜົນສຳເລັດສຳຄັນ ເປັນຕົ້ນມີແນວພັນເປັນຂອງຕົນເອງ ໄດ້ຮັບການອະນຸຍາດຈາກກະຊວງກ່ຽວຂ້ອງ ໃນການຜະລິດນ້ຳມັນກາຊວນຊີວະພາບ B5 ໂດຍມີໂຮງງານທີ່ມີກຳລັງຜະລິດ 20.000 ລິດຕໍ່ມື້ ສົ່ງເສີມປະຊາຊົນປູກ ດ້ວຍຮູບການ 2+3 ມີໂຮງສະກັດນ້ຳມັນປາມ ມີໂຮງງານຜະລິດຝຸ່ນສູດສະເພາະແນວພັນປາມ ແລະ ເປັນຕົວແທນຈຳໜ່າຍນ້ຳມັນປາມປຸງແຕ່ງຍີ່ຫໍ້ຄຳ ແລະ ກຸ້ງກາມັງກອນພຽງຜູ້ດຽວໃນລາວ.
Leave a Reply